ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດເລື່ອນຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ໃຫ້ນາຍແລະ ພົນທະຫານ ຢູ່ເຂດກົມກອງພາກເໜືອ

     ໃນວັນທີ 8 ມັງກອນ 2024 ນີ້, ຢູ່ທີ່ສະໂມສອນ ກອງພົນທີ 2 ໄດ້ປະກາດເລື່ອນຊັ້ນພັນຕີ ຂຶ້ນຊັ້ນພັນໂທ ໃຫ້ນາຍທະຫານກໍາລັງ
ຫຼວງ ແລະ ກໍາລັງທ້ອງຖິ່ນ ເຂດກົມກອງພາກເໜືອ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກໍາມະການຄະນະ
ພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງ
ກອງພົນທີ 2, ມີຜູ້ຕາງໜ້າຈາກກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາ ຈາກບັນດາຫົວໜ່ວຍກົມກອງ,
ກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນເຂດພາກເໜືອ ແລະ ບັນດາສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

     ສະຫາຍ ພັນໂທ ອິນພອນ ໄຊຍະສິດ ຫົວໜ້າພະແນກ ເລື່ອນຊັ້ນຈັດຕັ້ງປະກອບ ກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້
ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດວ່າດ້ວຍ: ການເລື່ອນຊັ້ນໃຫ້ນາຍທະຫານຢູ່ເຂດພາກເໜືອ, ອີງຕາມກົດໝາຍນາຍທະຫານ
ກອງທັບປະຊາຊົນລາວ (ສະບັບປັບປຸງ), ໄດ້ລະບຸໄວ້ໃນພາກທີ II ໝວດ III, ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການເລື່ອນຊັ້ນໃຫ້
ນາຍທະຫານ, ອີງຕາມການຄົ້ນຄວ້ານຳສະເໜີຂອງ ກົມພະນັກງານກົມໃຫຍ່ການເມືອງກອງທັບ. ສະນັ້ນ, ຈຶ່ງໄດ້ເຫັນດີຕົກລົງເລື່ອນຊັ້ນ
ໃຫ້ນາຍທະຫານຢູ່ເຂດກົມກອງພາກເໜືອ ຈໍານວນ 109 ສະຫາຍ ໃນນັ້ນກອງພົນທີ 2 ມີ 16 ສະຫາຍ, ກອງພົນທີ 3 ມີ 15 ສະຫາຍ,
ກອງບັນຊາການທະຫານແຂວງໄຊຍະບູລີ ມີ 7 ສະຫາຍ, ຫຼວງພະບາງ ມີ 25 ສະຫາຍ, ອຸດົມໄຊ ມີ 7 ສະຫາຍ, ຫຼວງນ້ຳທາ ມີ 17 ສະ
ຫາຍ, ບໍ່ແກ້ວ ມີ 7 ສະຫາຍ, ຜົ້ງສາລີ ມີ 11 ສະຫາຍ ແລະ ໂຮງຮຽນກໍ່ສ້າງນາຍສິບເລກ 1 ມີ 4 ສະຫາຍ.

     ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍຍາດມາໄດ້ ພ້ອມທັງໄດ້ຮຽກຮ້ອງ
ໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດໃນທຸກໆດ້ານ ເພື່ອ
ເຮັດສໍາເລັດໜ້າທີ່ວຽກງານຕາມການມອບໝາຍຂອງຂັ້ນເທິງ.

ແຫຼ່ງຂ່າວໂດຍ ອານຸສັກ ອຳພັນວິໄລ
ວັນທີ 09/01/2024